ທ່ານ ປອ ທັນສະໄໝ ກົມມະສິດ, ລັດຖະມົນຕີ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ແຫ່ງ ສປປລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ປອ ພິເຊດ ດຸລົງຄາເວໂລດ ລັດຖະມົນຕີ ກະຊວງ ດີຈີຕອນ ເພື່ອເສດຖະກິດ ແລະ ສັງຄົມ (MDES) ຣາຊະອານະຈັກໄທ ພ້ອມດ້ວຍຄະນະ ໃນການປະຊຸມພົບປະສອງຝ່າຍ ວຽກງານ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (ICT) ໃນວັນທີ 2 ກຸມພາ 2018. ອ່ານຕໍ່
ອັບເດດຂ່າວເມື່ອວັນທີ: 2018-08-27 14:12:00 / ຈຳນວນຜູ້ເຂົ້າເບິ່ງ : (335)
ທ່ານ ປອ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ເປັນກຽດກ່າວເປິດງານກອງປະຊຸມສົນທະນາ ຜູ້ບໍລິຫານໄອຊີທີອາຊຽນ ຄັ້ງທີ່ 6 ຊື່ງຈັດຂື້ນໃນວັນທີ່ 25 ມັງກອນ 2018 ທີ່ໂຮງແຮມ ດອນຈັນພາເລສ, ຊຶ່ງຮ່ວມ ຈັດໂດຍ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ສະມາຄົມຜູ້ບໍລິຫານໄອຊີທີອາຊຽນ ໂດຍມີທ່ານຮອງລັດຖະມົນຕີ ຂອງບັນດາປະເທດ ອາຊຽນ, ຫົວໜ້າອົງການຈັດຕັ້ງສາກົນ, ຜູ້ບໍລິຫານ ໄອຊີທີ ແລະ ຜູ້ປະກອບການດ້ານ ໄອຊີທີ ຂອງ ບັນດາປະເທດ ອາຊຽນ ເຂົ້້າຮ່ວມ ກ່ວາ 150 ທ່ານ. ອ່ານຕໍ່
ອັບເດດຂ່າວເມື່ອວັນທີ: 2018-08-27 14:12:00 / ຈຳນວນຜູ້ເຂົ້າເບິ່ງ : (305)
ທ່ານ ບຸນສະເຫຼີມໄຊ ເຄນນາວົງ, ຮອງລັດຖະມົນຕີ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້າຮ່ວມ ກອງປະຊຸມ ອິນເຕີເນັດໂລກຄັ້ງທີ 4 “The 4th World Internet Conference” ທີ່ເມືອງ ວູເຈິ້ນ, ສປ. ຈີນ ເມື່ອບໍ່ດົນມານີ້. ຊື່ງຈັດຂຶ້ນໂດຍ ຄະນະກໍາມະການພັດທະນາ ແລະ ປະຕິຮູບ ແຫ່ງຊາດ (National Development and Reform Commission (NDRC)) ສປ ຈີນ ແລະ ຄະນະກຳມະການບໍລິຫານອິນເຕີເນັດ (Cyberspace Administration of China (CAC)) ສປ ຈີນ. ອ່ານຕໍ່
ອັບເດດຂ່າວເມື່ອວັນທີ: 2018-08-27 13:36:00 / ຈຳນວນຜູ້ເຂົ້າເບິ່ງ : (371)
ໃນວັນທີ 1 ພະຈິກ 2017 ທ່ານ ປອ ເຈື່ອງ ມິງ ຕວນ ລັດຖະມົນຕີ ກະຊວງ ຂໍ້ມູນຂ່າວສານ ແລະ ການສື່ສານ (MIC) ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ອ່ານຕໍ່
ອັບເດດຂ່າວເມື່ອວັນທີ: 2018-08-27 13:36:00 / ຈຳນວນຜູ້ເຂົ້າເບິ່ງ : (310)
ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ)ໄດ້ເປີດກອງປະຊຸມ ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ກອງປະຊຸມໃຫຍ່ວຽກງານກວດກາ ທົ່ວປະເທດ, ສະຫຼຸບຖອດຖອນບົດຮຽນວຽກງານກວດກາປະຈຳປີ 2017 ແລະ ທິດທາງແຜນການປະຈຳປີ 2018 ຂຶ້ນໃນວັນທີ 06 ມີນາ 2018 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງດັ່ງກ່າວ. ໃຫ້ກຽດເປັນປະທານ ໂດຍ ທ່ານ ທອງໃສ ຊານໄຊຍະ ປະທານກວດກາຄະນະພັກກະຊວງ, ຮອງລັດຖະມົນຕີ. ມີເລຂາໜ່ວຍພັກ, ເລຂາຮາກຖານພັກ, ປະທານກວດກາໜ່ວຍພັກ, ຮາກຖານບັນດາບໍລິສັດ ລັດວິສາຫະກິດ, ຜູ້ເຮັດວຽກງານກວດກາຂອງບັນດາກົມ/ທຽບເທົ່າ ແລະ ບັນດສບໍລິສັດ ລັດວິສາຫະກິດ ເຂົ້າຮ່ວມ. ອ່ານຕໍ່
ອັບເດດຂ່າວເມື່ອວັນທີ: 2018-08-27 14:22:00 / ຈຳນວນຜູ້ເຂົ້າເບິ່ງ : (351)
ໃບສຳຫຼວດຄວາມຄິດເຫັນ ກ່ຽວກັບ ວາລະສານໄອຊີທີລາວ (ສຳລັບ ອົງການ)
![]() |
555 | |
![]() |
1441 | |
![]() |
5391 | |
![]() |
12009 | |
![]() |
31560 | |
![]() |
9049 | |
![]() |
87372 |